ຄວາມສຳເລັດມັນຄືຫຍັງ ?
“
ຄວາມຕ້ອງການ ຂອງເຮົາຄືຫຍັງ? ອັນນີ້ແຫຼະເປັນໂຕປັນຫາເຮັດໃຫ້ເຮົາສະຫຼຸບນິຍາມແຫ່ງຄວາມສຳເລັດທີ່ແຕກຕ່າງກັນ
ຍົກຕົວຢ່າງເປົ້າໝາຍກ່ຽວກັບການເຮັດວຽກບໍລິການຂອງພະນັກງານ ”
ຄວາມສຳເລັດຄືຫຍັງ
?
ຄົນເຮົາເກີດມາທຸກຄົນຕ່າງມີຄວາມຕ້ອງການເປັນຂອງຕົວເອງ
ເປັນໄປຕາມຫຼັກຂອງ Maslow’s Hierachy of need ສະເໝີໄດ້ແກ່ການຕອບສະໜອງທາງສີຣະຄວາມໝັ່ນຄົງປອດໄພ,
ຄວາມຮັກການຍອມຮັບ, ການຍົກຍ້ອງ ແລະ
ຄວາມສຳເລັດໃນຊີວິດຕາມແຕ່ຕົນປາຖະໜາສູງສຸດ
ແຕກຕ່າງກັນບ່ອນທີ່ເນື້ອຫາເປັນການສະເພາະຕົນ ລະດັບການຍອມຮັບ ການຈົດຈໍ່ຕາມສິ່ງທີ່ຫວັງ
ໃນຂັ້ນໃດທີ່ຕົນໃຫ້ຄວາມສຳຄັນຈິ່ງເປັນຕົວກຳນົດແຮງຈູງໃຈຂອງຄົນແຕ່ລະຄົນທີ່ຕ່າງກັນໃນຄວາມສຳເລັດໃນງານ
ຖືເປັນສ່ວນໜຶ່ງຂອງຄວາມສຳເລັດໃນຊີວິດ ທຸກຄວາມສຳເລັດຈະເກີດຂຶ້ນໄດ້ຕ້ອງອາໄສປັດໄຈຕໍ່ໄປນີ້ເປັນຫຼັກໃນການດຳເນີນຊີວິດ.
1.
ຄວາມຕ້ອງການ (Personal vision, need) ຕ້ອງ Identify ໃຫ້ໄດ້ວ່າມັນຄືຫຍັງ ຄົນທີ່ຢູ່ໄປວັນໆ ຈະບໍ່ມີຂໍ້ນີ້.
2.
ແຮງຈູງໃຈ (Motivation) ແຮງບັນດານໃຈ (Inspiration)
ອາດເກີດເອງໂດຍທໍາມະຊາດ ຂອງບຸກຄົນທີ່ມີຄວາມປາຖະໜາ ຫຼືໄດ້ເຫັນ ໄດ້ສຳຜັດຮຽນຮູ້ (Telling Moment)
3.
ຄວາມສາມາດທີ່ຈະໄປເຖິງເປົ້າໝາຍ (Competency) ໄດ້ແກ່
o
ຄວາມຮູ້ ຄວາມຊ່ຽວຊານ ບຸກຄະລິກຂະພາບ ຄວາມເປັນຜູ້ນຳ
o
ຄວາມທຸ່ມເທ ວິຣິຍະ ລົງມືກະທຳການ ບໍ່ທໍ້ຖອຍ
o
ຜົນຮັບທີ່ເກີດຂື້ນທັງຮູບທຳ ແລະນາມທຳ
ນຳມາດັດແປງແກ້ໄຂພັດທະນາຢ່າງຕໍ່ເນຶ່ອງ ຫາກບຸກຄົນໃດຂາດຂໍ້ໃດຂໍ້ໜຶ່ງ
ຍ່ອມຈະໄປບໍ່ເຖິງເປົ້າໝາຍທີ່ຕ້ອງການໄວ້ ດັ່ງນັ້ນບຸກຄົນທີ່ຈະປະສົບຜົນສຳເລັດໄດ້ໃນຊີວິດຕ້ອງມີອົງປະກອບທັງ
3 ຂໍ້ນີ້.
ນິຍາມຂອງຄວາມສຳເລັດ “ຄື
ການທີ່ໄດ້ບັນລຸເຖິງເປົ້າໝາຍຄວາມທີ່ຕັ້ງໄວ້ແລ້ວເກີດຄວາມສຸກ”
ແລ້ວເປົ້າໝາຍຂອງເຮົາຄືຫຍັງລະ ? “
ຄືສິ່ງທີ່ຖືກກໍານົດໄວ້ລ່ວງໜ້າຈາກຄວາມຕ້ອງການຂອງເຮົາ” ຄວາມຕ້ອງການຂອງເຮົາຄືຫຍັງຊັ້ນ
? ອັນນີ້ແຫຼະເປັນຕົວປັນຫາເຮັດໃຫ້ຄົນເຮົາສະຫຼຸບນິຍາມແຫ່ງຄວາມສຳເລັດ
ທີ່ແຕກຕ່າງກັນ ຍົກຕົວຢ່າງເປົ້າໝາຍກ່ຽວກັບການເຮັດວຽກບໍລິການຂອງພະນັກງານ.
1.
ບາງຄົນຢາກເຮັດວຽກໃຫ້ໝົດມື້ ຄົນປະເພດນີ້ຈະໃຫ້ຄວາມສຳຄັນກັບເວລາ
ເບີ່ງແຕ່ໂມງທັງວັນ ຕັ້ງແຕ່ເລີ່ມເຮັດວຽກ.
2.
ບາງຄົນຢາກເຮັດວຽກໃຫ້ສຳເລັດງານໃຫ້ສົມບູນແບບ
ຄົນປະເພດນີ້ ຈະໃຫ້ຄວາມສຳຄັນຂະບວນການເຮັດວຽກ ທີ່ເນັ້ນຄວາມຖືກ ແລະ ຜີດ.
3.
ບາງຄົນຢາກເຮັດວຽກໃຫ້ໄດ້ງານ
ຄົນປະເພດນີ້ຈະໃຫ້ຄວາມສຳຄັນກັບສິ່ງທີຈະເກີດຂຶ້ນເປັນຜົນຮັບ.
4.
ບາງຄົນເຮັດວຽກຢາກໄດ້ເງິນເດືອນເພີ່ມ
ຄົນປະເພດນີ້ຈະໃຫ້ຄວາມສຳຄັນກັບການສ້າງຄວາມສຳຄັນໃຫ້ກັບຕົນເອງ.
5.
ບາງຄົນຢາກເຮັດວຽກໃຫ້ເຈົ້ານາຍພໍໃຈ
ຄົນປະເພດນີ້ຈະໃຫ້ຄວາມສຳຄັນຂະບວນການ ສະແດງອອກຕໍ່ໜ້າ.
6.
ບາງຄົນຢາກເຮັດວຽກໃຫ້ເປັນທີມ ໃຫ້ເພື່ອນຮ່ວມງານພໍໃຈ
ຄົນປະເພດນີ້ຈະໃຫ້ຄວາມສຳຄັນກັບຜົນກະທົບຕໍ່ຄວາມຮູ້ສຶກຂອງເພື່ອນຮ່ວມງານ
ທຳຕົວເປັນຜູ້ປະສານຈັດການທີ່ດີ.
7.
ບາງຄົນຢາກເຮັດວຽກໃຫ້ລູກຄ້າພໍໃຈ ຄົນປະເພດນີ້
ຈະໃຫ້ຄວາມສຳຄັນກັບຜົນກະທົບຕໍ່ຄວາມຮູ້ສຶກພໍໃຈ ບໍ່ພໍໃຈຂອງລູກຄ້າ.
8.
ບາງຄົນຢາກເຮັດວຽກໃຫ້ດີີເພື່ອຄວາມໝັ້ນຄົງແກ່ຕົນເອງ
ແລະ ຄອບຄົວ.
9.
ບາງຄົນຢາກເຮັດວຽກໃຫ້ອົງກອນຈະເລີນກ້າວໜ້າໝັ້ນຄົງ
ຄົນປະເພດນີ້ ຈະໃຫ້ຄວາມສຳຄັນກັບຜົນກະທົບຕໍ່ຄວາມໝັ້ນຄົງຂອງອົງກອນ.
“
ແລ້ວທ່ານເປັນຄົນເຮັດວຽກປະເພດໃດ ?” (ເລືອກໄດ້ຫລາຍກວ່າ 1 ຂໍ້)
“
ຄົນເຮັດວຽກທີ່ດີຄວນເປັນປະເພດໃດ ?” ( ເລືອກໄດ້ຫຼາຍກວ່າ 1 ຂໍ້)
“ຄົນເຮົາຖ້າຄິດໄດ້ສ່ຳໃດ
ມັກເຮັດໄດ້ສ່ຳນັ້ນ”
ແລ້ວທ່ານມີສ່ວນຊ່ວຍໃຫ້ອົງກອນປະສົບຜົນສຳເລັດໄດ້ແນວໃດ ?
1. ເລີ່ມສຳຫຼວດຕົວເອງ ຕ້ອງການແນວໃດ ?
ເຂົ້າໃຈເປົ້າໝາຍຂອງອົງກອນຫຼືບໍ່ ? ບົດບາດເຮົາຄືຫຍັງ ?
2. ສຳຫຼວດໜ່ວຍງານຕົນເອງ ເຮັດວຽກກັນແນວໃດ ? ຄວາມຍຶດໝັ້ນໃນວິໄນ ການເຮັດວຽກເປັນທິມ ການຊ່ວຍເຫຼືອທົດແທນ
ຄວາມເສຍສະຫຼະເພື່ອສ່ວນລວມ ຄວາມສະອາດເປັນລະບຽບ ແລະ ຄວາມປອດໄພ.
3. ສຳຫຼວດຂະບວນການເຮັດວຽກປະຈຳວັນ ເປັນໄປຢ່າງຖຶກຕ້ອງ ແລະ
ມີປະສິດທິພາບຫຼືບໍ່
4. ສຳຫຼວດລູກຄ້າ ຄວາມຮູ້ສຶກເປັນແນວໃດ ? ຊົມເຂົາຫຼືບໍ່ ? ຫຼືກໍາລັງເວົ້າ
ດ່າເຮົາຢູ່ ເຮົາຈະເຮັດໃຫ້ເຂົາປະທັບໃຈໄດ້ແນວໃດ ໃນຖານະຜູ້ບໍລິການ
ຄິດວ່າຄວາມສຸກຂອງລູກຄ້າ ຄືຄວາມສຸກຂອງເຮົາໄດ້ບໍ່ ?.
5. ສຳຫຼວດເພື່ອນຮ່ວມທີມ ເຮັດວຽກເປັນແນວໃດ? ເຂົ້າຂາກັນເປັນທີມຫຼືບໍ່ ?
ມີຄົນກີນແຮງງານກັນຫຼືບໍ່ ? ຜູ້ນຳເປັນແນວໃດ ໄດ້ເລື່ອງບໍ
ມີການປະຊຸມຕິດຕາມງານຫຼືບໍ່
6. ສຳຫຼວດເພື່ອນຕ່າງໜ່ວຍງານທີ່ມີສ່ວນຕໍ່ຜົນຄວາມສຳເລັດຂອງເຮົາ
ເຂົາພໍໃຈທີ່ຈະຊ່ວຍເຮົາຫຼືບໍ່ເຮັດແນວໃດ ?ເຂົາຈິ່ງຈະມາຊ່ວຍເຮົາແລະເປັນສ່ວນໜຶ່ງຂອງຄວາມສຳເລັດ
ຂອງເຮົາໃຫ້ໄດ້.
|
ความคิดเห็น
แสดงความคิดเห็น