บทความ

กำลังแสดงโพสต์ที่มีป้ายกำกับ ວຽງສະຫວັນ ສິງຫາວົງ

ການເປັນຜູ້ໃຫ້ THE GIVING |ທຸກຄົນເປັນຜູ້ໃຫ້ໄດ້ ເພາະທຸກຄົນເປັນຄົນລວຍ.

รูปภาพ
ທຸກຄົນ...ເປັນຜູ້ໃຫ້ໄດ້.... https://www.youtube.com/watch?v=qseFikm6WWo ຫາກທ່ານຄິດວ່າການເປັນຜູ້ໃຫ້ນັ້ນຈະຕ້ອງເປັນຄົນມີຍົດຖາບັນດາສັກ ຕ້ອງເປັນຄົນທີ່ມີເງິນຫຼາຍຈິ່ງຈະບໍລິຈາກເງິນຈົນກາຍເປັນຜູ້ໃຫ້ທີ່ສົມບູນແບບໄດ້  ຫຼາຍຄົນຄິດວ່າ ເຮົາຍັງຄົງເປັນຜູ້ໃຫ້ບໍ່ໄດ້ ເພາະເຮົາຍັງບໍ່ລວຍ ເພາະເຮົາຍັງບໍ່ມີວັດຖຸປັດໄຈພຽງພໍ ທີ່ຈິງແລ້ວ....ທຸກຄົນເປັນຄົນລວຍຢູ່ແລ້ວ ແລະ ລວຍຫຼາຍພ້ອມອີກຕ່າງຫາກ ເມື່ອສະໄໝຄັ້ງພຸດທະການ ມີຊາຍຜູ້ທຸກຍາກຄົນໜຶ່ງ ຖາມພຣະພຸດທະເຈົ້າວ່າ “ເຫດໃດຂ້າພະເຈົ້າຈຶ່ງທຸກຍາກຍິ່ງແທ້” ພຣະພຸດທະເຈົ້າຕອບວ່າ “ເພາະທ່ານຍັງບໍ່ຮູ້ຈັກການໃຫ້” ຊາຍຜູ້ທຸກຍາກຈຶ່ງເວົ້າຕໍ່ວ່າ “ທັງໆທີ່ຜູ້ຂ້າບໍ່ມີສິ່ງໃດຈະໃຫ້ນີ້ບໍ!!” ພຣະພຸດທະເຈົ້າຕອບວ່າ “ທ່ານມີຢູ່ບໍ່ໜ້ອຍເລີຍ!” ທ່ານມີໃບໜ້າ ເຊິ່ງສາມາດໃຫ້ຮອຍຍິ້ມ ໃຫ້ຄວາມສົດໃສ ແລະ ເບີກບານແກ່ຜູ້ອື່ນໄດ້ ທ່ານມີປາກ ເຊິ່ງສາມາດ ຊື່ນຊົມ ໃຫ້ກໍາລັງໃຈຜູ້ອື່ນໄດ້ ທ່ານມີຫົວໃຈ ເຊິ່ງສາມາດເປີດຮັບຟັງ ໃຫ້ຄວາມຈິງໃຈ ໃຫ້ອະໄພ ໃຫ້ຄວາມເມດຕາແກ່ຜູ້ອື່ນໄດ້ ທ່ານມີດວງຕາ ເຊິ່ງສາມາດເບິ່ງຜູ້ອື່ນດ້ວຍສາຍຕາແຫ່ງຄວາມຫວັງດີ ແລະ ໂອບອ້ອມອາຣີ ແລະ  ທ່ານມີຮ່າງກາຍ ເຊິ່ງສາມາດຊ່ວຍເຫຼື...

ກ່ອນຈະເຖິງວັນນັ້ນ Before Success -ວຽງສະຫວັນ ສິງຫາວົງ

รูปภาพ
ເປົ້າໝາຍ ຊິວິດ ແລະ ຄວາມຝັນ 🔥 [ ປຶ້ມ ກ່ອນຈະເຖິງວັນນັ້ນ]  📚 📚 ວັນນັ້ນ ຂອງທ່ານຄືຫຍັງ? ແລະກ່ອນຈະເຖິງວັນນັ້ນທ່ານຄວນຈະກຽມຫຍັງ? ປຶ້ມຫົວນີ້ຈະມາບອກເຖິງການພັດທະນາຊີວິດ, ການຄົ້ນພົບຕົນເອງ ການສ້າງຄວາມຝັນ ແລະ ເດີນໜ້າສູ່ເປົ້າໝາຍໃຫ້ກາຍເປັນຈິງ ຂໍບອກໄວ້ກ່ອນວ່າ... ເສັ້ນທາງບໍ່ໄດ້ໂຮຍດ້ວຍດອກກຸຫຼາບອັນງົດງາມ ເມື່ອຍ່າງໄປຕາມທາງກໍຈະມີຫນາມໃຫ້ຢຽບເປັນທຳມະດາ ກ່ອນຈະເຖິງວັນນັ້ນຂອງທຸກຄົນ ລ້ວນແລ້ວແຕ່ຕ້ອງພົບຫຼາຍສິ່ງຫຼາຍຢ່າງ ຂໍພຽງແຕ່ທ່ານ:... Before Success "ກ້າຄິດ ກ້າຝັນ ກ້າລົງມືທີ່ຈະເຮັດ ລົງມືເຮັດບາງຢ່າງທຸກວັນ ເພື່ອເດີນໜ້າສູ່ເປົ້າໝາຍຂອງທ່ານ ເຖິງຈະທໍ້ ແຕ່ບໍ່ຖອຍ ຜູ້ຊະນະບໍ່ເຄີຍລົ້ມເລີກ ຜູ້ລົ້ມເລີກບໍ່ເຄີຍຊະນະ ການລົງມືເຮັດເທົ່ານັ້ນທີ່ຈະປ່ຽນແປງຄວາມຝັນ ໃຫ້ເປັນຄວາມຈິງໄດ້. " ກ່ອນຈະເຖິງວັນນັ້ນ ເຮົາຄວນເຮັດຫຍັງ? ໃນຕອນນີ້ ປະເດັນບໍ່ໄດ້ຢູ່ທີ່ປາຍທາງ ແຕ່ຢູ່ທີ່ຕົ້ນທາງຂອງການເລີ່ມຕົ້ນພັດທະນາ ຮຽນຮູ້ ແລະ ລົງມືເຮັດຢ່າງຕໍ່ເນື່ອງຈົນກວ່າຈະບັນລຸຕາມສິ່ງທີ່ຕ້ອງການ.

ຄູ່ຜົວເມຍ ຄູ່ສ້າງຄູ່ສົມ ທີ່ຈະເລີນຮຸ່ງເຮືືອງ,ໂດຍ ພຣະ ວຽງສະຫວັນ ສິງຫາວົງ - ວາລະສານສຽງວິທະຍາໄລສົງ (The Voice Of Sangha College )

รูปภาพ
ໃນປັດຈຸບັນ ບໍ່ວ່າຊາຍ ຫຼື ຍິງກໍລ້ວນແລ້ວທີ່ຕ້ອງການໃຝ່ຝັນຢາກມີຄູ່ຄອງທີ່ດີ ແລະ ໝັ້ນຄົງເພື່ອການດໍາລົງຊີວິດຢູ່ຮ່ວມກັນຢ່າງມີຄວາມສຸກ ບຸກຄົນທີ່ຢາກມີຄູ່ຄອງນັ້ນ ຮູ້ແລ້ວຫຼືບໍ່ວ່າ ເມື່ອໄດ້ເປັນສາມີ ພັນລະຍາກັນແລ້ວຈະຕ້ອງປະຕິບັດກັນແບບໃດ ເພື່ອໃຫ້ທັງສອງຝ່າຍບໍ່ມີການເກີດຜິດຖຽງ ຍາດຊິງຈົ່ມຂວັນຂອງອີກຝ່າຍໜຶ່ງໃຫ້ເສຍຄວາມຮູ້ສຶກ ສາມີພັນລະຍາທີ່ດີ ຈະຕ້ອງຮູ້ຈັກເບິ່ງແຍງ ຊ່ວຍເຫຼືອເອື້ອເຟື້ອເພື່ອແພ່ຢູ່ຕະຫຼອດເວລາ ໃນເວລາຕົກທຸກໄດ້ຍາກ ກໍຈະບໍ່ມີວັນເວົ້າໃຫ້ກັນເສຍໃຈ ແລະ ບໍ່ມີວັນຖິ້ມກັນໃນເວລາທີ່ຄັບຂັນ, ຜູ້ຂຽນຈະອະທິບາຍເລື່ອງໜ້າທີ່ ຄູ່ສ້າງຄູ່ສົມ ທີ່ຈະເລີນຮຸ່ງເຮືອງ ວ່າຈະຢູ່ຮ່ວມກັນຢ່າງມີຄວາມສຸກໄດ້ແບບໃດ ໂດຍພຶ້ນຖານອັນໝັ້ນຄົງທີ່ຈະເຮັດໃຫ້ສາມີ - ພັນລະຍາ ຄອງຊີວິດກັນ ຍືນຍາວ ມີຄວາມສຸກ ຄື ຄູ່ສາມີ - ພັນລະຍາ ຕ້ອງມີສະມະຊີວິທໍາ ໄດ້ແກ່: 1.      ສະມະສັດທາ ມີສັດທາສະເໝີກັນ ໄດ້ແກ່ ມີຫຼັກການຄວາມເຊື່ອໝັ້ນໃນສາສະໜາ ເປັນເປົ້າໝາຍຊີວິດຄືກັນ 2.     ສະມະສີລາ ມີສິນສະເໝີກັນ ຄື ການປະພຶດປະຕິບັດ ຕໍ່ກັນຢ່າງສະເໝີພາບ ບໍ່ວ່າຈະເຮັດສິ່ງໃດກໍໃຫ້ກຽດກັນ ຢູ່ຕະຫຼອດເວລາ 3.     ສະມະຈາຄະ ມີຈາຄະສະເໝີກັນ ໄດ້ແກ...

ລວມ 20 ຂໍ້ຄິດດ້ານ"ຄວາມສຸກ" ຈາກປຶ້ມ: ສ້າງຄວາມສຸກດ້ວຍພະລັງແຫ່ງຄວາມຄິດ

รูปภาพ

ສິ່ງທີ່ແຍກອອກໄດ້ລະຫວ່າງ ຄູ່ຮັກ ກັບ ຄູ່ຊີວິດ

รูปภาพ
ສິ່ງທີ່ແຍກອອກໄດ້ລະຫວ່າງ  > ຄູ່ຮັກ ກັບ ຄູ່ຊີວິດ < ຄືການສັງເກດຈາກການຢູ່ຮ່ວມກັນ ຫາກວັນນີ້... ເຮົາຢູ່ນຳກັນດ້ວຍການໃສ່ໃຈກັນ ໃຫ້ເວລາກັນ ຕື່ມເຕັມຄວາມຮັກເປັນປະຈໍາ ມັນມີຄວາມສຸກຫຼາຍ ແຕ່ມັນຈະມີຄາມສຸກຫຼາຍກວ່າ ຖ້າເອົາເວລາທີ່ຕື່ມເຕັມເຮັດໃຫ້ກັນມີຄວາມສຸກນັ້ນ ໄປສ້າງສັນສິ່ງທີ່ມີຄ່າ ແລະ ຄວາມໝັ້ນຄົງແກ່ຊີວິດ ຢ່າລືມວ່າ ຄູ່ຮັກໃນວັນນີ້ອາດກາຍເປັນຄູ່ຊີວິດໃນຕໍ່ໜ້າ ຖ້າເຮົາສ້າງສັນ ພັດທະນາສີ່ງດີໆໄປພ້ອມກັນ ໃຫ້ເວລາຂອງຫົວໃຈໄດ້ຕື່ມເຕັມ ແລະ ໃຫ້ເວລາຂອງວຽກໄດ້ພັດທະນາຕໍ່ໄປ ສຸດທ້າຍເຮົົາໄດ້ໃຊ້ຊີວິດທາງສອງຢ່າງ ຄື ຄູ່ຮັກ ແລະ ຄູ່ຊີວິດ ຄວບຄູ່ກັນໄປຢ່າງມີຄວາມສຸກ ເພາະທ້າຍທີ່ສຸດແລ້ວ ຄວາມຮັກ ບໍ່ແມ່ນການເບິ່ງຕາ ແຕ່ຄືການເບິ່ງໄປຂ້າງໜ້າ ໄປໃນທີດທາງດຽວກັນ.... ຂໍໃຫ້ທ່ານໃຊ້ຊີວິດຄູ່ຢ່າງມີຄວາມສຸກ....