ບັນພະຊາ
      ບັນພະຊາ ໝາຍເຖິງພິທີບວດເປັນສາມະເນນ ຫຼື ອ້າຍຈົວຖືສິນ 10 ຂໍ້.
ຄຳວ່າ “ບວດ” ມາຈາກພາສາບາລີວ່າ ປະວະຊະ ແປວ່າ ງົດເວັ້ນ ໝາຍເຖິງຍົກເວັ້ນຈາການເຮັດຄວາມຊົ່ວຕ່າງໆ ດ້ວຍການລະຈາກໂລກີ, ອອກຈາກຄອບຄົວເຮືອນຊານໄປບວດເປັນພຣະສົງສາມະເນນ ເພື່ອຂັດເກົາກິເລດເພື່ອໃຫ້ພົ້ນຈາກກອງທຸກທັງມວນ.

ເປັນຫຍັງຈິ່ງບວດເປັນສາມະເນນ ?
      ຄຳຕອບກໍຄືວ່າ: ເຍົາວະຊົນຊາຍທີ່ອາຍຸບໍ່ຮອດ 20 ປີ ຖ້າຢາກບວດຕ້ອງໄດ້ບວດເປັນສາມະເນນ, ບວດເປັນພຣະບໍ່ໄດ້. ການບວດຖືເປັນການເອົາຕົວເຂົ້າຢູ່ໃນວັດຄອງປະຕິບັດ, ເພື່ອຮຽນຮູ້ຄຳສອນຂອງພຣະພຸດທະສາສະໜາ, ເພື່ອຕອບແທນບຸນຄຸນພໍ່ແມ່ໂດຍສະເພາະ ແມ່ຜູ້ໃຫ້ກຳເນີດ ແລະ ລ້ຽງດູເຮົາມາ ເຮັດໃຫ້ເພິ່ນໄດ້ບຸນນຳເຮົາເພາະເຊື່ອວ່າ ການອອກບວດແມ່ນໄດ້ບຸນຫຼາຍ ແລະເປັນການເລີ່ມຕົ້ນຊີວິດໃໝ່ດ້ວຍ ເມື່ອສິກອອກມາເອິ້ນວ່າ: ຊຽງ ຫຼື ອ້າຍຊຽງ.

ຄຳວ່າ “ສາມະເນນ” ໝາຍເຖິງ ເປັນເຫຼົ່າກໍຂອງສະມະນະ. ສະມະນະ ແປວ່າ: ຜູ້ສະຫງົບ ສະນັ້ນ ເມື່ອໃຜໄດ້ເຂົ້າມາບວດແລ້ວ ກໍຕ້ອງໄດ້ສຶກສາຮ່ຳຮຽນ ຮັກສາສິນໃຫ້ຂາວຜ່ອງໃສ.          ຄຳວ່າ “ສິນ” ແປວ່າ “ປົກກະຕິ” ໝາຍເຖິງຂໍ້ປະຕິບັດສຳລັບຄວບຄຸມກາຍ ແລະວາຈາໃຫ້ເປັນປົກກະຕິ, ຕັ້ງຢູ່ໃນຄວາມຮຽບຮ້ອຍດີງາມ.




ความคิดเห็น

โพสต์ยอดนิยมจากบล็อกนี้

ມູນເຫດ ແລະ ຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ

ຄວາມຮູ້ຖ້ວມຫົວ ເອົາຕົວບໍ່ລອດ