ມູນເຫດ ແລະ ຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ

ຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ


ການເຮັດບຸນຫໍ່ເຂົ້າປະດັບດິນ ເປັນປະເພນີໜຶ່ງໃນຮີດສິບສອງ ນິຍົມເຮັດໃນມື້ແຮມ 14 ຄ່ຳເດືອນເກົ້າ, ບຸນຫໍ່ເຂົ້າປະດັບດິນເປັນບຸນທີ່ເຮັດຂຶ້ນເພື່ອອຸທິດສ່ວນບຸນກຸສົນໄປຫາ ເຜດ ຫຼື ຍາຕິພີ່ນ້ອງທີ່ລ່ວງລັບໄປແລ້ວ ເຂົ້າປະດັບດິນໄດ້ແກ່ເຂົ້າ ແລະອາຫານຫວານຄາວ ພ້ອມໝາກພູ ຢາສູບ ທີ່ຫໍ່ດ້ວຍໃບຕອງກ້ວຍ ເອົາໄປໄວ້ຕາມເຫງົ້າຕົ້ນໄມ້ ແຂວນໄວ້ຕາມງ່າໄມ້ ຕາມບໍລິເວນຕ້າຍວັດ (ກໍາແພງວັດ) ຫຼື ວາງໄວ້ຕາມພື້ນດິນ ຫໍ່ເຂົ້ານ້ອຍພ້ອມກັບເຊີນວິນຍານຂອງຍາຕິພີ່ນ້ອງ ເອົາພັຕຕາຫານໄປຖວາຍແດ່ພຣະສົງຄ໌ ຈົວສາມະເນນ ແລ້ວອຸທິດສ່ວນກຸສົລແກ່ຜູ້ຕາຍ ໂດຍຢາດນ້ຳ ອຸທິດສ່ວນກຸສົລໄປຫາ.

ມູນເຫດຂອງຄວາມເປັນມາຂອງເລື່ອງການເຮັດບຸນຫໍ່ເຂົ້າປະດັບດິນນີ້ເກີດຈາກຄວາມເຊື່ອຕາມນິທານທຳມະບົດວ່າ:

ຍາດພີ່ນ້ອງຂອງພຣະເຈົ້າພິມພິສານໄດ້ຍັກຍອກເງິນວັດ ຂອງສົງຄ໌ຕ່າງໆ ໄປເປັນຂອງຕົນເອງ ໃນສະໄໝພຣະກັດສະປະ ພຣະພຸທທະເຈົ້າ ພວກອາດີດຍາຕິພີ່ນ້ອງຂອງພຣະເຈົ້າພິມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະຣົກຕະຫຼອດພຸທທະທັນດອນ ເມື່ອພຣະເຈົ້າພິມພິສານຖວາຍທານແດ່ ພຣະສະມະນະໂຄດົມພຸທທະເຈົ້າ ໃນພັດທະກັບນີ້ ລືມຢາດນ້ຳອຸທິດສ່ວນກຸສົລໄປໃຫ້ແກ່ພວກຍາຕິພີ່ນ້ອງເຫຼົ່ານັ້ນ ພໍຕົກກາງຄືນມາພວກເຜດຍາຕິພີ່ນ້ອງຂອງພຣະເຈົ້າພິມພິສານເຫຼົ່ານັ້ນໄດ້ມາສົ່ງສຽງຮ້ອງອັນໂຫຍຫວນ ແລະສະແດງຮູບຮ່າງອັນເປັນຕາຢ້ານໃຫ້ແກ່ພຣະເຈົ້າພິມພິສານ ໄດ້ຍິນ ແລະເຫັນ ພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາຈຶ່ງໄດ້ສະເດັດໄປຖາມພຣະພຸທທະເຈົ້າ ພຣະພຸທທະອົງຄ໌ຊົງເລົ່າເລື່ອງລາວ ທີ່ເປັນມູນເຫດໃຫ້ພຣະເຈົ້າພິມພິສານໄດ້ຊົງຊາບ ພຣະເຈົ້າພິມພິສານຈຶ່ງໄດ້ເຮັດບຸນຖວາຍທານອີກ ແລ້ວຈິ່ງອຸທິດສ່ວນກຸສົລໄປໃຫ້ ພວກຍາຕິພີ່ນ້ອງທີ່ຕາຍໄປແລ້ວໃຫ້ໄດ້ຮັບສ່ວນກຸສົລແລ້ວ      ໄດ້ມາສະແດງຕົນໃຫ້ພຣະເຈົ້າພິມພິສານເຫັນແລະຊາບວ່າ ຄວາມທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ທຸເລົາເບົາບາງລົງແລ້ວ ເພາະການອຸທິດສ່ວນກຸສົລຂອງພຣະອົງຄ໌ ດັ່ງນັ້ນ ຄົນລາວເຮົາຈຶ່ງຖືເອົາມູນເຫດນີ້ ເຮັດບຸນຫໍ່ເຂົ້າປະດັບດິນນັບແຕ່ມື້ນັ້ນຕິດຕໍ່ກັນມາບໍ່ໄດ້ຂາດ ສືບທອດມາຈົນເຖິງປັດຈຸບັນ.
ສ່ວນວິທີການເຮັດບຸນຫໍ່ເຂົ້າປະດັບດິນນັ້ນ ພໍຮອດມື້ແຮມ 13 ຄ່ຳ ເດືອນເກົ້າ ຊາວບ້ານຈະຫ້າງຫາກະກຽມອາຫານຫວານຄາວ ໄດ້ແກ່ ຊີ້ນ, ປາ, ເຜືອກ, ມັນ, ກ້ວຍ, ອ້ອຍ, ເຂົ້າຕົ້ມ, ເຂົ້າໜົມ, ນ້ຳອ້ອຍ, ນ້ຳຕານ, ໝາກໄມ້, ໝາກພູ ແລະອື່ນໆ ເພື່ອຈັດລ້ຽງກັນໃນຄອບຄົວ ແລະເຮັດບຸນຖວາຍພຣະພິກຂຸສົງຄ໌ຈົວສາມະເນນ ແຕ່ ສ່ວນສຳລັບອຸທິດ ໃຫ້ຍາຕິພີ່ນ້ອງທີ່ຕາຍໄປແລ້ວນັ້ນ ໃຊ້ຫໍ່ດ້ວຍໃບຕອງກ້ວຍ ຫຼືຕອງຈິງ ອາຫານຫວານຫໍ່ໜຶ່ງ ອາຫານຄາວຫໍ່ໜຶ່ງ ແລະໝາກພູຫໍ່ໜຶ່ງ ຫຼືບາງຄົນກໍເຮັດໃສ່ກະທົງກໍມີ ຫຼືບາງຄົນກໍເອົາອາຫານຫວານຄາວໃສ່ໃນຫໍ່ດຽວ ກັນເລີຍກໍມີ ສິ່ງຂອງເຫຼົ່ານີ້ ຈະໜ້ອຍ ຫຼືຫຼາຍ ນັ້ນກໍແລ້ວແຕ່ສັດທາ.


ພໍຮອດເຊົ້າຂອງມື້ແຮມ 14 ຄ່ຳ ເດືອນເກົ້າ ຕອນເຊົ້າມືດ ຄື ເວລາປະມານ 4-6 ໂມງ ປະຊາຊົນຈະນຳເອົາອາຫານທີ່ຫໍ່ໄວ້ມື້ຄືນນີ້ໄປວາງໄວ້ຕາມພື້ນດິນ ວາງແຈກໄວ້ຕາມບໍຣິເວນວັດ ຕົ້ນໂພທ໌ ຕົ້ນໄມ້ ຕ້າຍວັດ ພ້ອມກັບຈູດທຽນ ແລະບອກກ່າວແກ່ເຜດຜີໃຫ້ມາຮັບເອົາສິ່ງຂອງ ແລະຜົນບຸນນັ້ນດ້ວຍ.
ບາງບ້ານ ຈະເອົາອາຫາຣທີ່ອຸທິດໃຫ້ແກ່ຜູ້ຕາຍຫຼັງເຮັດພິທີແລ້ວ ກໍຝັງໄວ້ໃນດິນກໍມີ ເພື່ອບໍ່ໃຫ້ຜູ້ໃດຜູ້ໜຶ່ງໄດ້ກິນອາຫານທີ່ເປັນຂອງເຫຼືອຂອງເຜດ ເພາະຢ້ານວ່າຈະກາຍເປັນເຜດໄປນຳ, ບາງບ້ານກໍມັກຈະເອົາຫໍ່ອາຫານຫຼັງພິທີນັ້ນໄປໃຫ້ຜີຕາແຮກຢູ່ນາ ຫຼືບາງຄັ້ງກໍຫວ່ານລົງນ້ຳບູຊາພຣະຍານາກ ແລະແມ່ນ້ຳຄົງຄາ. ການວາງອາຫານໄວ້ຕາມພື້ນດິນ ຫຼືຕາມບ່ອນຕ່າງໆ ເພື່ອຈະໃຫ້ພວກເຜດມາຮັບເອົາຂອງອຸທິດໃຫ້ໄດ້ງ່າຍໆ ໂດຍບໍ່ຕ້ອງມີພິທີຫຍຸ້ງຍາກຫຍັງຫຼາຍ ສຳເລັດພິທີອຸທິດຜົລບຸນສົ່ງໄປໃຫ້ເຜດແລ້ວ ຊາວບ້ານກໍຈະນຳອາຫານທີ່ກຽມໄວ້ສ່ວນໜຶ່ງ ໄປຕັກບາດແລະຖວາຍທານແດ່ພຣະສົງຄ໌ສາມະເນນ ເຊິ່ງຈະມີການໄຫວ້ພຣະຮັບສິລນ, ຖວາຍທານ, ຟັງເທດ ສະຫຼອງ 1 ກັນ, ຄາຣະວະ ແລະ ຮັບພອນ ຢາດນ້ຳອຸທິດສ່ວນບຸນກຸສົລໄປຍັງເຜດຜີ ຫຼືຍາດຕິພີ່ນ້ອງທີ່ລ່ວງລັບໄປແລ້ວ ແລະ ແຜ່ເມຕຕາໃຫ້ແດ່ສັບພະສັດທັງຫຼາຍທັງປວງ...ກໍເປັນອັນສຳເລັດພິທີບຸນຫໍ່ເຂົ້າປະດັບດິນ ແລ...ສາທຸ.
ຮຽບຮຽງໂດຍ: ສາມະເນນ ວຽງສະຫວັນ ສິງຫາວົງ

ความคิดเห็น

โพสต์ยอดนิยมจากบล็อกนี้

ຄວາມຮູ້ຖ້ວມຫົວ ເອົາຕົວບໍ່ລອດ