บทความ

กำลังแสดงโพสต์จาก กันยายน, 2015

ການຕັກບາດ

รูปภาพ
ການຕັກບາດ ຕັກບາດ ຫຼື ບິນທະບາດໝາຍເຖິງ ພຣະສົງສາມະເນນພາຍບາດໄປຮັບເອົາຂອງໃສ່ບາດຈາກຍາດໂຍມ. ໃສ່ບາດ ໝາຍເຖິງຍາດໂຍມນຳເອົາເຂົ້າໄປປ່ອນລົງໃນບາດຂອງພຮະສົງສາມະເນນ ແຕ່ເຮົາມັກນິຍົມເວົ້າກັນວ່າ “ຕັກບາດ”. ຕັກບາດແມ່ນກິດຈະກຳສຳຄັນ ແລະເປັນວິຖີຊີວິດປະຈຳວັນຂອງຊາວພຸດລາວທີ່ປະຕິບັດກັນມາແຕ່ບູຮານ, ພຣະສົງມີໜ້າທີ່ໄປບິນທະບາດເພື່ອມາບຳລຸງລ້ຽງຊີວິດໃຫ້ມີກຳລັງສຶກສາທຳມະວິໄນ ແລະປະຕິບັດທຳ ເອີ້ນອີກຢ່າງໜຶ່ງວ່າໄປໂຜດສັດ, ສ່ວນຄະລືຫັດມີໜ້າທີ່ໄປໃສ່ບາດກໍເພື່ອຈະໄດ້ບຸນ, ເຮັດໃຫ້ຊີວິດດີຂຶ້ນ ແລະເປັນການອຸປະຖຳບຳລຸງພຣະພຸດທະສາສະໜາອີກດ້ວຍ. ເວລາໄປຕັກບາດຄວນແຕ່ງຕົວສຸພາບຮຽບຮ້ອຍ ໃສ່ບາດດ້ວຍຄວາມເຄົາລົບ ຂອງທີ່ຈະໃສ່ບາດຕ້ອງເປັນຂອງທີ່ໄດ້ມາບໍລິສຸດ, ສະອາດ, ຖືກສຸຂະອະນາໄມ ແລະ ເປັນສິ່ງທີ່ພຣະສົງສາມະເນນສັນໄດ້ ເຊັ່ນ: ເຂົ້າໜຽວ, ໝາກໄມ້, ເຂົ້າໜົມ ຫຼື ເຂົ້ານົມສຳເລັດຮູບ. ສ່ວນເງິນຄວນໃສ່ແຍກຕ່າງຫາກບໍ່ຄວນໃສ່ລົງໃນບາດປົນກັບເຂົ້າ ເພາະເງິນແມ່ນເຈ້ຍກະດາດທີ່ຜ່ານການຜະລິດປົນທາດເຄມີເຊິ່ງມີຜົນບໍ່ດີຕໍ່ສຸຂະພາບ. ການຕັກບາດ ແລະ ໃສ່ບາດຍາດໂຍມທີ່ເປັນຜູ້ຍິງຈະນັ່ງຄຸເຂົ່າ, ຜູ້ຊາຍຈະນັ່ງຫຼືຢືນໃສ່ກໍໄດ້. ສ່ວນພຣະສົງສາມະເນນເເພິ່ນຈະຄຸມຜ້າຮຽບຮ້ອຍ ແລະ ຮັບຂອງໃສ່ບາດໂດຍຄວາມເຄົາລົບ.
รูปภาพ
ບັນພະຊາ       ບັນພະຊາ ໝາຍເຖິງພິທີບວດເປັນສາມະເນນ ຫຼື ອ້າຍຈົວຖືສິນ  10   ຂໍ້. ຄຳວ່າ “ບວດ” ມາຈາກພາສາບາລີວ່າ ປະວະຊະ ແປວ່າ ງົດເວັ້ນ ໝາຍເຖິງຍົກເວັ້ນຈາການເຮັດຄວາມຊົ່ວຕ່າງໆ ດ້ວຍການລະຈາກໂລກີ, ອອກຈາກຄອບຄົວເຮືອນຊານໄປບວດເປັນພຣະສົງສາມະເນນ ເພື່ອຂັດເກົາກິເລດເພື່ອໃຫ້ພົ້ນຈາກກອງທຸກທັງມວນ. ເປັນຫຍັງຈິ່ງບວດເປັນສາມະເນນ  ?        ຄຳຕອບກໍຄືວ່າ: ເຍົາວະຊົນຊາຍທີ່ອາຍຸບໍ່ຮອດ  20  ປີ ຖ້າຢາກບວດຕ້ອງໄດ້ບວດເປັນສາມະເນນ, ບວດເປັນພຣະບໍ່ໄດ້. ການບວດຖືເປັນການເອົາຕົວເຂົ້າຢູ່ໃນວັດຄອງປະຕິບັດ, ເພື່ອຮຽນຮູ້ຄຳສອນຂອງພຣະພຸດທະສາສະໜາ, ເພື່ອຕອບແທນບຸນຄຸນພໍ່ແມ່ໂດຍສະເພາະ ແມ່ຜູ້ໃຫ້ກຳເນີດ ແລະ ລ້ຽງດູເຮົາມາ ເຮັດໃຫ້ເພິ່ນໄດ້ບຸນນຳເຮົາເພາະເຊື່ອວ່າ ການອອກບວດແມ່ນໄດ້ບຸນຫຼາຍ ແລະເປັນການເລີ່ມຕົ້ນຊີວິດໃໝ່ດ້ວຍ ເມື່ອສິກອອກມາເອິ້ນວ່າ: ຊຽງ ຫຼື ອ້າຍຊຽງ. ຄຳວ່າ “ສາມະເນນ” ໝາຍເຖິງ ເປັນເຫຼົ່າກໍຂອງສະມະນະ. ສະມະນະ ແປວ່າ: ຜູ້ສະຫງົບ ສະນັ້ນ ເມື່ອໃຜໄດ້ເຂົ້າມາບວດແລ້ວ ກໍຕ້ອງໄດ້ສຶກສາຮ່ຳຮຽນ ຮັກສາສິນໃຫ້ຂາວຜ່ອງໃສ.          ຄຳວ່າ “ສິນ...

ມູນເຫດ ແລະ ຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ

รูปภาพ
ຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ ການເຮັດບຸນຫໍ່ເຂົ້າປະດັບດິນ ເປັນປະເພນີໜຶ່ງໃນຮີດສິບສອງ ນິຍົມເຮັດໃນມື້ແຮມ 14 ຄ່ຳເດືອນເກົ້າ , ບຸນຫໍ່ເຂົ້າປະດັບດິນເປັນບຸນທີ່ເຮັດຂຶ້ນເພື່ອອຸທິດສ່ວນບຸນກຸສົນໄປຫາ ເຜດ ຫຼື ຍາຕິພີ່ນ້ອງທີ່ລ່ວງລັບໄປແລ້ວ ເຂົ້າປະດັບດິນໄດ້ແກ່ເຂົ້າ ແລະອາຫານຫວານຄາວ ພ້ອມໝາກພູ ຢາສູບ ທີ່ຫໍ່ດ້ວຍໃບຕອງກ້ວຍ ເອົາໄປໄວ້ຕາມເຫງົ້າຕົ້ນໄມ້ ແຂວນໄວ້ຕາມງ່າໄມ້ ຕາມບໍລິເວນຕ້າຍວັດ (ກໍາແພງວັດ) ຫຼື ວາງໄວ້ຕາມພື້ນດິນ “ ຫໍ່ເຂົ້ານ້ອຍ ” ພ້ອມກັບເຊີນວິນຍານຂອງຍາຕິພີ່ນ້ອງ ເອົາພັຕຕາຫານໄປຖວາຍແດ່ພຣະສົງຄ໌ ຈົວສາມະເນນ ແລ້ວອຸທິດສ່ວນກຸສົລແກ່ຜູ້ຕາຍ ໂດຍຢາດນ້ຳ ອຸທິດສ່ວນກຸສົລໄປຫາ. ມູນເຫດຂອງຄວາມເປັນມາຂອງເລື່ອງການເຮັດບຸນຫໍ່ເຂົ້າປະດັບດິນນີ້ເກີດຈາກຄວາມເຊື່ອຕາມນິທານທຳມະບົດວ່າ: “ ຍາດພີ່ນ້ອງຂອງພຣະເຈົ້າພິມພິສານໄດ້ຍັກຍອກເງິນວັດ ຂອງສົງຄ໌ຕ່າງໆ ໄປເປັນຂອງຕົນເອງ ໃນສະໄໝພຣະກັດສະປະ ພຣະພຸທທະເຈົ້າ ພວກອາດີດຍາຕິພີ່ນ້ອງຂອງພຣະເຈົ້າພິມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະຣົກຕະຫຼອດພຸທທະທັນດອນ ເມື່ອພຣະເຈົ້າພິມພິສານຖວາຍທານແດ່ ພຣະສະມະນະໂຄດົມພຸທທະເຈົ້າ ໃນພັດທະກັບນີ້ ລືມຢາດນ້ຳອຸທິດສ່ວນກຸສົລໄປໃຫ້ແກ່ພວກຍາຕິພີ່ນ້ອງເຫຼົ່ານັ້ນ ພໍຕົກກາງຄືນມ...