บทความ

ຄົນທີ່ມັກວິຈານຊີວິດຄົນອື່ນ- viengsavanh-shv.blogspot.com

รูปภาพ
ຄົນທີ່ມັກວິຈານຄົນອື່ນບໍ່ໄດ້ເຮັດໃຫ້ຊີວິດເຂົາດີຂຶ້ນ ຫຼື ຕໍ່າລົງ ແຕ່ມັນບົ່ງບອກເຖິງນິດໄສຂອງຄວາມບໍ່ເປັນຕົວຂອງຕົນເອງ ໂດຍທີ່ບໍ່ເຮັດສິ່ງໃດ ຄອຍແຕ່ຈັບຜິດຊີວິດຄົນອື່ນ ຖ້າແຕ່ຈະເວົ້າ ຖ້າແຕ່ຈະເບິ່ງຄົນອື່ນເຮັດຜິດ ແລະ ຄອຍຊ້ຳເຕີບເປັນປະຈໍາ ຖ້າທ່ານພົບກັບເຫດແບບນີ້ ຂ້າພະເຈົ້າຢາກບອກວ່າ ຈົງເບິ່ງເຂົາເປັນບົດຮຽນ ບໍ່ຕ້ອງໂທດເຂົາ ບໍ່ຕ້ອງໄປເວົ້າໃຫ້ເຂົາຄືນວ່າ ບໍ່ມີວຽກເຮັດຫວາ ຈຶ່ງມາຄອຍແຕ່ນິນທາ ວິຈານຂ້ອຍແບບນີ້ ເມືອໃດທີ່ເຮົາໂຕ້ຕອບກໍບໍ່ຕ່າງຫຍັງກັບເຮົາເປັນຄືເຂົານັ້ນເອງ ດັ່ງຄໍາເວົ້າຂອງນັກຂຽນຊື່ດັງຄົນໜຶ່ງເປັນຊາວອະເມຣິກາ ທ່ານ ເດວ ຄາເນກີ້ ລາວເວົ້າກ່ຽວກັບເລື່ອງນີ້ໄດ້ດີຫຼາຍ ລາວເວົ້າວ່າ ເມື່ອໝາເຫົ່າ ຢ່າເຫົ່າຕອບ ເພາະມັນຈະເພີ່ມໝາຂຶຶ້ນອີກໂຕໜຶ່ງ ສະນັ້ນ ຈະເຮັດສິ່ງໃດກໍແລ້ວແຕ່ ຢ່າໄປສົນສຽງນົກສຽງກາ ຫຼື ສຽງນິນທາຈາກຄົນອື່ນ ຄົນທີ່ສ້າງສິ່ງໃດມັກຈະໄດ້ສິ່ງນັ້ນ ເມື່ອເຮົາຢາກເປັນສິ່ງໃດສິ່ງໜຶ່ງ ແລ້ວຄົນອື່ນມາວິຈານ ມັນຈະເປັນສິ່ງທີ່ດີ ເພາະເຮົາຄິດສະເໝີວ່າ ຖ້າເຮົາບໍ່ດີກວ່າ ຫຼື ເດັ່ນກວ່າ ເຂົາຄົງບໍ່ມາວິຈານດອກ ຢ່າສົນກັບຄົນທີ່ບໍ່ໄດ້ເຮັດໃຫ້ຊີວິດເຮົາດີຂຶ້ນ ແຕ່ຈົ່ງສົນກັບຄົນທີ່ຄອຍໃຫ້ກຳລັງໃຈ ແລະ ສົ່ງເສີມໃຫ້ເຮົາເຮັດແຕ່ສິ່ງດີໆແກ່ຕົນເອງ ແລະ ເພື່ອສັງຄົມ ເ...

ຄູ່ຜົວເມຍ ຄູ່ສ້າງຄູ່ສົມ ທີ່ຈະເລີນຮຸ່ງເຮືືອງ,ໂດຍ ພຣະ ວຽງສະຫວັນ ສິງຫາວົງ - ວາລະສານສຽງວິທະຍາໄລສົງ (The Voice Of Sangha College )

รูปภาพ
ໃນປັດຈຸບັນ ບໍ່ວ່າຊາຍ ຫຼື ຍິງກໍລ້ວນແລ້ວທີ່ຕ້ອງການໃຝ່ຝັນຢາກມີຄູ່ຄອງທີ່ດີ ແລະ ໝັ້ນຄົງເພື່ອການດໍາລົງຊີວິດຢູ່ຮ່ວມກັນຢ່າງມີຄວາມສຸກ ບຸກຄົນທີ່ຢາກມີຄູ່ຄອງນັ້ນ ຮູ້ແລ້ວຫຼືບໍ່ວ່າ ເມື່ອໄດ້ເປັນສາມີ ພັນລະຍາກັນແລ້ວຈະຕ້ອງປະຕິບັດກັນແບບໃດ ເພື່ອໃຫ້ທັງສອງຝ່າຍບໍ່ມີການເກີດຜິດຖຽງ ຍາດຊິງຈົ່ມຂວັນຂອງອີກຝ່າຍໜຶ່ງໃຫ້ເສຍຄວາມຮູ້ສຶກ ສາມີພັນລະຍາທີ່ດີ ຈະຕ້ອງຮູ້ຈັກເບິ່ງແຍງ ຊ່ວຍເຫຼືອເອື້ອເຟື້ອເພື່ອແພ່ຢູ່ຕະຫຼອດເວລາ ໃນເວລາຕົກທຸກໄດ້ຍາກ ກໍຈະບໍ່ມີວັນເວົ້າໃຫ້ກັນເສຍໃຈ ແລະ ບໍ່ມີວັນຖິ້ມກັນໃນເວລາທີ່ຄັບຂັນ, ຜູ້ຂຽນຈະອະທິບາຍເລື່ອງໜ້າທີ່ ຄູ່ສ້າງຄູ່ສົມ ທີ່ຈະເລີນຮຸ່ງເຮືອງ ວ່າຈະຢູ່ຮ່ວມກັນຢ່າງມີຄວາມສຸກໄດ້ແບບໃດ ໂດຍພຶ້ນຖານອັນໝັ້ນຄົງທີ່ຈະເຮັດໃຫ້ສາມີ - ພັນລະຍາ ຄອງຊີວິດກັນ ຍືນຍາວ ມີຄວາມສຸກ ຄື ຄູ່ສາມີ - ພັນລະຍາ ຕ້ອງມີສະມະຊີວິທໍາ ໄດ້ແກ່: 1.      ສະມະສັດທາ ມີສັດທາສະເໝີກັນ ໄດ້ແກ່ ມີຫຼັກການຄວາມເຊື່ອໝັ້ນໃນສາສະໜາ ເປັນເປົ້າໝາຍຊີວິດຄືກັນ 2.     ສະມະສີລາ ມີສິນສະເໝີກັນ ຄື ການປະພຶດປະຕິບັດ ຕໍ່ກັນຢ່າງສະເໝີພາບ ບໍ່ວ່າຈະເຮັດສິ່ງໃດກໍໃຫ້ກຽດກັນ ຢູ່ຕະຫຼອດເວລາ 3.     ສະມະຈາຄະ ມີຈາຄະສະເໝີກັນ ໄດ້ແກ...

ສິ່ງທີ່ໄດ້ຮຽນຮູ້ຈາກງານເປີດຕົວໜັງສືຫົວໃໝ່ “ຂໍລິຂິດຊີວິດຕົນອງ” (DINTINE THE LIFE) ໂດຍ: ສີສຸກ ສຸວັນນະຜ່ອງ

รูปภาพ
ສິ່ງທີ່ໄດ້ຮຽນຮູ້ຈາກງານເປີດຕົວໜັງສືຫົວໃໝ່ “ຂໍລິຂິດຊີວິດຕົນອງ” (DINTINE THE LIFE) ໂດຍ: ສີສຸກ ສຸວັນນະຜ່ອງ 1. ຖືວ່າເປັນປາກົດການໜ້າໃໝ່ໃນສັງຄົມລາວ: ທີ່ເຫັນການຈັດງານເປີດຕົວໜັງສືແບບນີ້ ຖືວ່າເປັນການໃຫ້ກໍາລັງຜູ້ຂຽນ ລວມທັງເປັນການໃຫ້ຂໍ້ຄິດ ແລະແຮງບັນດານໃຈແກ່ນັກຂຽນ ແລະ ໜອນໜັງສືຮຸ່ນໃໝ່ທັງຫລາຍ 2. ການໃຫ້ຄວາມສໍາຄັນໃນການອ່ານ: ເຫັນຈາກການສໍາພາດທາງຮ້ານໜັງສື ແລະເຄື່ອງຫລິ້ນເດັກນ້ອຍໂມນູເມັນ (Monument Books Store and Troy) ທີ່ໃຫ້ໂອກາດຈັດງານເປີດງານຄັ້ງນີ້ຟຣີໂດຍບໍ່ເສຍຄ່າໃຊ້ຈ່າຍ ທ່ານນາງດວງດາລາ ພົມມະວົງເຈົ້າຂອງຮ້ານກ່າວວ່າເປັນການສົ່ງເສີມການອ່ານໃນສັງຄົມໃຫ້ຫລາຍຂຶ້ນ ທ່ານທີ່ເປັນລູກຄ້າປະຈໍາຮ້ານນີ້ກໍຄົງຈະຮູ້ດີວ່າປົກກະຕິແລ້ວທາງຮ້ານຈະຈຳໜ່າຍໜັງສືຕ່າງປະເທດເປັນສ່ວນໃຫຍ່ 3. ຄວາມສໍາຄັນຂອງການສ້າງເຄື່ອຄ່າຍ: ການທີ່ຈະທໍາງານໃດໜຶ່ງໃຫ້ໄດ້ຮັບຜົນສໍາເລັດນັ້ນກໍຕ້ອງອາໄສເຄື່ອຄ່າຍ(Connection), ຜູ້ສະໜັບສະໜູນ(Sponsor), ຄູອາຈານ, ເພື່ອນຮ່ວມອຸດົມການ ແລະ ຝ່າຍການຕະຫລາດ ເຫັນໄດ້ຈາກການໃຫ້ກຽດເຂົ້າຮ່ວມຂອງພໍ່ແມ່ຄູບາອາຈານທີ່ມີປະສົບປະການສູງເຊັ່ນ: ທັມມະທາຣາ, ລູກດອນກະເດັນ..., ຮ້ານໜັງສືຕ່າງໆ ແລະ ສື່ພິມບາງສໍານັກບໍ່ວ່າຈະເປັນງານຂາຍປຶ້ມອອນລາຍດີບຸກ, ຮັກອ່...

ລວມ 20 ຂໍ້ຄິດດ້ານ"ຄວາມສຸກ" ຈາກປຶ້ມ: ສ້າງຄວາມສຸກດ້ວຍພະລັງແຫ່ງຄວາມຄິດ

รูปภาพ

ສິ່ງທີ່ແຍກອອກໄດ້ລະຫວ່າງ ຄູ່ຮັກ ກັບ ຄູ່ຊີວິດ

รูปภาพ
ສິ່ງທີ່ແຍກອອກໄດ້ລະຫວ່າງ  > ຄູ່ຮັກ ກັບ ຄູ່ຊີວິດ < ຄືການສັງເກດຈາກການຢູ່ຮ່ວມກັນ ຫາກວັນນີ້... ເຮົາຢູ່ນຳກັນດ້ວຍການໃສ່ໃຈກັນ ໃຫ້ເວລາກັນ ຕື່ມເຕັມຄວາມຮັກເປັນປະຈໍາ ມັນມີຄວາມສຸກຫຼາຍ ແຕ່ມັນຈະມີຄາມສຸກຫຼາຍກວ່າ ຖ້າເອົາເວລາທີ່ຕື່ມເຕັມເຮັດໃຫ້ກັນມີຄວາມສຸກນັ້ນ ໄປສ້າງສັນສິ່ງທີ່ມີຄ່າ ແລະ ຄວາມໝັ້ນຄົງແກ່ຊີວິດ ຢ່າລືມວ່າ ຄູ່ຮັກໃນວັນນີ້ອາດກາຍເປັນຄູ່ຊີວິດໃນຕໍ່ໜ້າ ຖ້າເຮົາສ້າງສັນ ພັດທະນາສີ່ງດີໆໄປພ້ອມກັນ ໃຫ້ເວລາຂອງຫົວໃຈໄດ້ຕື່ມເຕັມ ແລະ ໃຫ້ເວລາຂອງວຽກໄດ້ພັດທະນາຕໍ່ໄປ ສຸດທ້າຍເຮົົາໄດ້ໃຊ້ຊີວິດທາງສອງຢ່າງ ຄື ຄູ່ຮັກ ແລະ ຄູ່ຊີວິດ ຄວບຄູ່ກັນໄປຢ່າງມີຄວາມສຸກ ເພາະທ້າຍທີ່ສຸດແລ້ວ ຄວາມຮັກ ບໍ່ແມ່ນການເບິ່ງຕາ ແຕ່ຄືການເບິ່ງໄປຂ້າງໜ້າ ໄປໃນທີດທາງດຽວກັນ.... ຂໍໃຫ້ທ່ານໃຊ້ຊີວິດຄູ່ຢ່າງມີຄວາມສຸກ....

ຂໍ້ອ້າງຂອງຄົນ "ບໍ່ມີເວລາ" ຄືຄົນບໍ່ຢາກ "ພັດທະນາ" ຕົນເອງ

รูปภาพ
✓✓ຂໍ້ອ້າງຂອງຄົນບໍ່ມີເວລາ ຄືຄົນທີ່ບໍ່ຢາກພັດທະນາຕົນເອງ ບາງຄັ້ງເຮົາຕ້ອງແລ່ນນໍາເວລາ ເພື່ອຈະສ້າງສິ່ງດີໆແກ່ຕົນເອງ ແລະ ເພື່ອສັງຄົມ... ເຮົາທຸກຄົນ ລ້ວນແລ້ວແຕ່ມີເວລາ ເທົ່າກັນ 24 ຊົ່ວໂມງ... ບາງຄົນໃຊ້ເວລາທີ່ບໍ່ເປັນປະໂຫຍດ ຫຼິ້ນຟຸຸມເຟືອຍ ເລລ້ອນ ບໍ່ມີຈຸດຢືນ ມັກເຫີ່ຕາມສຽງຂອງຄົນອື່ນ ຕໍ່ມາບໍ່ດົນມີຄວາມຫຍໍ້ທໍ້ຕໍ່ຊີວິດ ບໍ່ສາມາດເດີນຕໍ່ໄປໄດ້.... ບາງຄົນໃຊ້ເວລາ ກຳນົດເປົ້າໝາຍຊີວິດ ໂດຍລົງມືເຮັດຕອນທີ່ຄົນອື່ນ ກຳລັງສົງໄສຢູ່ວ່າ:ກູຈະເຮັດດີບໍ່!! ຄົນແບບນີ້ບໍ່ຄ່ອຍມີເວລາ ໄປຄິດເຖິງເລື່ອງທີ່ບໍ່ເປັນປະໂຫຍດ ສຸດທ້າຍຊີວິດກໍດີກວ່າຢ່າງເລິກເຊິ່ງ.... ທ່ານຢ່າລືມວ່າ “ເວລາຄືຊີວິດ ຊີວິດຄືເວລາ" ເມື່ອທ່ານມີຂໍ້ອ້າງຫຼາຍສ່ຳໃດ ຄຸນຄ່າຂອງຊີວິດທ່ານ ຍິ່ງຫຼຸດລົງເທົ່ານັ້ນ....

ທາງໄປ "ສະຫວັນ" ມັນຮົກ ທາງໄປ "ນາລົກ" ມັນແປນ

รูปภาพ
ທ່ານຢາກມີຊີວິດທີ່ດີເມືອໜ້າ ທ່ານຍິ່ງຕ້ອງລໍາບາກຫຼາຍກວ່າຄົນອື່ນ ທ່ານຮູ້ບໍວ່າ ສິ່ງໃດທີ່ມັນສະບາຍໃນຕອນນີິ້ ມັກຈະຫຍຸ້ງຍາກໃນອະນາຄົດ... ຊີວິດທີ່ສະບາຍໆ ບໍ່ໄດ້ຊ່ວຍໃຫ້ເຮົາເປັນຄົນເຂັ້ມແຂງຫຼາຍຂຶ້ນ ແຕ່ຊີວິດທີ່ຍາກລໍາບາກໃນຕອນນີ້ ຈະເຮັດໃຫ້ເຮົາເຂັ້ມແຂງ ແລະ ເຫັນຄຸນຄ່າຊີວິດຫຼາຍຂຶ້ນ ທ່ານເຄີຍໄດ້ຍິນຄໍານີ້ບໍວ່າ: “ທາງໄປສະຫວັນມັນຮົກ ທາງໄປນາຮົກມັນແປນ,,... ທາງທີ່ແປນໆບໍ່ມີອຸປະສັກ ມັກຈະໄປງ່າຍໄດ້ສະບາຍສະເໝີ ຖ້າທ່ານຢາກໄປນາຮົກ ທ່ານກໍໃຊ້ຊີວິດສະບາຍໆຕໍ່ໄປ ຖ້າທ່ານຢາກໄປສະຫວັນ ຫຼື ໄປໃຫ້ເຖິງເປົ້າໝາຍຄວາມສໍາເລັດ ທ່ານຍິ່ງຕ້ອງຝ່າຝັນຫົນທາງທີ່ຮົກເຮື້ອ ອັນມີໜາມຂວາງທາງ ແລະ ຕ້ອງຝ່າຝັນອຸປະສັກນັ້ນ ໄປໃຫ້ໄດ້...ຊີວິດທ່ານຈຶ່ງຈະສະບາຍ ສະນັ້ນ, ຫາກທ່ານຢາກສະບາຍ ແລະ ມີຄວາມສຸກໃນອະນາຄົດ ທ່ານຍິ່ງຕ້ອງດຸໝັ້ນ ຫ້າວຫັນຕັ້ງແຕ່ດ່ຽວນີ້!! ເພາະສຸດທ້າຍແລ້ວ... "ຄວາມສຸກ" ທີ່ແທ້ຈິງ ບໍ່ເຄີຍເດີນທາງມາເຖິງກ່ອນ "ຄວາມລໍາບາກ" ດັ່ງນັ້ນຈຶ່ງເປັນເຫດໃຫ້ທ່ານ ຕ້ອງໃຊ້ຊີວິດແບບບໍ່ສະບາຍນັ້ນເອງ...