บทความ

ຄວາມຮູ້ຖ້ວມຫົວ ເອົາຕົວບໍ່ລອດ

รูปภาพ
ມີຊາຍໜຸ່ມຄົນໜຶ່ງທີ່ຮຽນເກ່ງທີ່ສຸດ  ໄດ້ຮັບທຶນໄປຮຽນຢູ່ຕ່າງປະເທດຕັ້ງແຕ່ອາຍຸຍັງນ້ອຍ ຈົນຈົບດອກເຕີມາແບບຄວາມຮູ້ສຸດຍອດເລີຍ ຫຼັງຈາກຮຽນຈົບເລີຍກັບເມືອຢາມບ້ານ ເຊິ່ງບ້ານຂອງຊາຍໜຸ່ມຢູ່ອີກຟາກໜຶ່ງຂອງທະເລສາບ ຈຶ່ງຕ້ອງໄດ້ພາຍເຮືອຂ້າມໄປໃຫ້ເຖິງຝັ່ງ ແຕ່ກ່ອນຈະຂ້າມທະເລນັ້ນ  ກໍມີລູງຄົນໜຶ່ງທີ່ທໍ່ເຮືອປະຈໍາ ຂ້າມຝັ່ງໄປມາຢູ່ແຖວເຂດນັ້ນ ເຊິ່ງຈະນັ່ງເຮືອທໍ່ໄປໃຊ້ເວລາປະມານ 1 ຊົ່ວໂມງ ແລະຈະພາຊາຍໜຸ່ມຄົນນັ້ນຂ້າມນໍ້າໄປໃຫ້ເຖິງແຄມຝັ່ງ... ແຕ່ກ່ອນຈະອອກຈາກແຄມຝັ່ງຊາຍໜຸ່ມຄົນນັ້ນໄດ້ເກີດຄໍາຖາມຂຶ້ນມາເລີຍຖາມລູງຄົນນັ້ນວ່າ: - ເຮືອທີ່ຕິດເຄື່ອງຈັກບໍ່ມີບໍ ລູງ ? " ບໍ່ມີດອກຫຼານ ທີ່ນີ້ມັນບ້ານນອກ ມັນຫ່າງໄກຄວາມຈະເລີນມີແຕ່ເຮືອທໍ່ຂ້າມ" - ໂອ! ລ້າສະໄໝຫຼາຍນໍລູງ ບູຮານຫຼາຍ ບ່ອນຫຼານຢູ່ນັ້ນເຂົາໃຊ້ເຄື່ອງຈັກໝົດແລ້ວລູງ  ລູງຍັງມາທໍ່ເຮືອຢູ່ນີ້ອີກບໍ ໄປສົ່ງຫຼານຢູ່ຝັ່ງນັ້ນ ເອົານໍາເທົ່າໃດລູງ ? "20 ພັນ" - ok ເອົາໄປເລີຍ!! ໃນຂະນະທີ່ລູງທໍ່ເຮືອ ໜຸ່ມນັກຮຽນເມືອງນອກ ກໍເລົ່າເລື່ອງທັນສະໄໝ ຄວາມກ້າວໜ້າ  ຄວາມສີວິໄລບ່ອນລາວຢູ່ໃຫ້ລູງຟັງ - ບ້ານເຮົາເມື່ອທຽບກັບບ່ອນຫຼານຢູ່ນັ້ນ ບອກໄດ້ໂລດວ່າລ້າສະໄໝຫຼາຍ...

Do you want to know me? ເຈົ້າຢາກຮູ້ຈັກຂ້ອຍບໍ່?

รูปภาพ
ໃນເມື່ອເຈົ້າຢາກຮູ້ຈັກຂ້ອຍ ເຈົ້າກໍຕ້ອງໃຊ້ເວລາທີ່ຈະຮຽນຮູ້ ຖ້າເຈົ້າຄິດວ່າຂ້ອຍເປັນຄົນແບບໃດ ຂ້ອຍກໍອາດຈະເປັນຄົນແບບນັ້ນ ແລະ ຖ້າເຈົ້າໄປຖາມຄົນທີ່ຊັງຂ້ອຍຢູ່ແລ້ວ ເຈົ້າກໍຈະໄດ້ຮັບຂໍ້ມູນແຕ່ດ້ານລົບໆຢ່າງດຽວ ສຸດທ້າຍ ຂ້ອຍກໍຖືກເບິ່ງໄປໃນທາງບໍ່ດີໄປຕະຫລອດ ສະນັ້ນ , ຖ້າເຈົ້າຢາກຮູ້ຈັກຂ້ອຍແທ້ ເຈົ້າກໍເຂົ້າມາຮຽນຮູ້ຈາກຂ້ອຍ ໃຫ້ເວລາພິສູດ ແລ້ວເຈົ້າຈະຮູ້ວ່າ ຂ້ອຍບໍ່ໄດ້ເປັນຢ່າງທີ່ເຈົ້າຄິດແນ່ນອນ!

ຊີວິດເຮົາຈະດີຈະຮ້າຍສັງເກດເບິ່ງໄດ້ຈາກ 4 ປັດໄຈ

รูปภาพ
ຊີວິດເຮົາຈະດີ, ຈະຮ້າຍສັງເກດເບິ່ງໄດ້ຈາກ 4 ປັດໄຈ ດັ່ງລຸ່ມນີ້:           ຖາມແດ່ວ່າໃຜບໍ່ຢາກໂຊກດີ? ໃຜແດ່ບໍ່ຢາກມີອະນາຄົດທີ່ສົດໃສ?  ໃຜແດ່ບໍ່ຢາກໃຊ້ຊີວິດດັ່ງໄຝ່ຝັນ ? ໃຜແດ່ບໍ່ຢາກປະສົບຜົນສໍາເລັດ ?  ໃນເມື່ອຄົນສ່ວນໃຫຍ່ກໍມີຄວາມຢາກດັ່ງທີ່ຖາມບໍ່ຕ່າງກັນ ເປັນຫຍັງຄົນສ່ວນໃຫຍ່ໃນນັ້ນບໍ່ສາມາດໄປເຖິງເປົ້າໝາຍໄດ້ ? ມີຫຼັກການແຫ່ງຄວາມສໍາເລັດຫຼາຍຢ່າງ, ມີແນວທາງພັດທະນາຊີວິດຕົນເອງຫຼາຍອັນ, ມີວິທີການເຮັດທຸລະກິດໃຫ້ເຫັນທຸກວັນແຕ່ສ່ວນໃຫຍ່ນັ້ນບໍ່ສາມາດມາເຮັດໃຫ້ມັນເປັນຈິງໄປໄດ້. ຈາກການຫຼຽວຄືນຫຼັງເບິ່ງຕົວເອງຈາກການອ່ານ, ຄົ້ນຄວ້າຜ່ານຜູ້ສໍາເລັດໃຫຍ່ໆ ປັດໄຈສິ່ງແວດລ້ອມອ້ອມຮອບຕົວເຮົານັ້ນສໍາຄັນທີ່ສຸດໃນການພາເຮົາໄປຫາສິ່ງທີ່ເຮົາຕ້ອງການ ສະນັ້ນ, ຂ້າພະເຈົ້າຈິ່ງຊອກຫາບົດຄວາມອັນເປັນຂໍ້ຄິດເພື່ອພັດທະນາຊີວິດໄປໃນທາງທີ່ດີນັ້ນຄື 4 ປັດໄຈທີ່ເຮົາຈະເວົ້າດັ່ງຕໍ່ໄປນີ້: -        ຄວາມເຊື່ອຂອງເຮົາ: ນີ້ຄືສິ່ງສໍາຄັນທີ່ສຸດອັນດັບທີໜຶ່່ງເລີຍກໍ່ວ່າໄດ້ ທີ່ເປັນປັດໄຈຕົ້ນຕໍທີ່ຈະພາເຮົາໄປສູ່ສິ່ງຕ່າງໆທີ່ຕ້ອງການ ເພາະມັນສໍາຄັນທີ່ສຸດ, ມະນຸດເຮົາຈະບໍ່ມີທາງລົງມືກັບເລື່ອງໃດ ຖ້າເຮ...

ກຸນແຈສຳຄັນ ລະຫັດສູ່ຄວາມສຳເລັດ

รูปภาพ
                ກຸນແຈສຳຄັນ ລະຫັດສູ່ຄວາມສຳເລັດ . ໃຜໆກໍປາຖະໜາກ້າວສູ່ຄວາມສຳເລັດໂດຍສະເພາະຄົນອາຍຸກາງຄົນ ຄວາມມຸ່ງໝາຍທີ່ສຳຄັນຄື: ມີທີ່ຢູ່ອາໃສໝັ້ນຄົງ, ມີອາຊີບ ຫຼື ທຸລະກິດ, ມີພາຫະນະຮັບໃຊ້, ມີເງິນຄຳພຽງພໍຕໍ່ການຈັບຈ່າຍ ແລະ ມີຊັບສິນຄົງທີ່...       ບໍ່ວ່າໃຜກໍຢາກລ້ຳຢາກລວຍມີເງິນ ມີຄຳ ແລະ ປະສົບຄວາມສຳເລັດທັງການງານ ທາງການເງິນ ແແຕ່ຈະເຮັດແນວໃດໃຫ້ເລື່ຶອງນີ່ບໍ່ແມ່ນເປັນພຽງຝັນ ເຊິ່ງແນ່ນອນຫາກລໍຖ້າໂອກາດ ຫຼື ໂຊກຊາຕາວາດສະໜາຢ່າງດຽວແມ່ນບໍ່ມີທາງເປັນໄປໄດ້ແທ້.        10 ວິທີທີ່ຂ້າພະເຈົ້າລວບລວມມາໃຫ້ເພື່ອສຶກສາໂດຍລະບຸວ່າເປັນກຸນແຈສູ່ຄວາມສໍາເລັດ. 1.    ທຸກວັນຕ້ອງວາງເປົ້າໝາຍໃຫ້ຊັດເຈນ,​ໝັ່ນຄິດທົບທວນບັນຫາ ແລະຫາທາງແກ້ໄຂປັບປຸງ. ບໍ່ແມ່ນຕັ້ງຄວາມຝັນໄວ້ໄກເກີນໄປ ແຕ່ຄວນຄິດທົບທວນວ່າເຮັດຫຍັງໄດ້ແດ່ ແລ້ວສິ່ງທີ່ຈະຊ່ວຍໃຫ້ຝັນເປັນຈິງໄດ້ຢ່າງໃດ ຈາກນັ້ນຫາທາງປັບປຸງໃຫ້ດີຍິ່ງຂຶ້ນ. 2.    ຟັງໃຫ້ຫຼາຍເວົ້າໃຫ້ນ້ອຍ. ຢ່າເອົາຕາມຄວາມຄິດຕົນເອງເປັນໃຫຍ່ ຄວນຟັງຄວາມເຫັນຄົນຮອບຂ້າງ ເພາະຕ່າງຄົນກໍ່ຕ່າງມີມູມມອງ ໃຜເວົ້າຜິດບໍ່ຮູ້ ແຕ່ທ...

ການສຶກສາສົງລາວ ໂຮງຮຽນບາລີສົງ ວັດອົງຕື້ມະຫາວິຫາຣ

รูปภาพ
ວິທະຍາໄລສົງອົງຕື້ ນະຄອນຫລວງວຽງຈັນ ແມ່ນໄດ້ວິວັດທະນາການມາຈາກພື້ນຖານການສຶກສາຂອງພຣະສົງລາວໃນເມື່ອກ່ອນເປັນລຳດັບຕາມຍຸກສະໄຫມດັ່ງນີ້ : ເມື່ອປີ ພສ  2469 ( ຄສ  1925)  ສົມເດັຈພຣະລູກແກ້ວ ແກ້ວອຸເທນສັກດາ ອົງປະຖົມສັງຄະນາຍົກ ແລະສົມເດັຈເຈົ້າມະຫາອຸປະຣາຊເພັດຊະຣາຊ ຣັຕນະວົງສາ ເພິ່ນໄດ້ນຳເອົາແສງສະຫວ່າງທາງປັນຍາ ກໍ່ຄືການສຶກສາ ມາສູ່ວົງການສຶກສາສົງລາວເປັນຄັ້ງທຳອິດ ແລະໄດ້ສ້າງຕັ້ງໂຮງຮຽນສົງຂຶ້ນໃນສ່ວນທີ່ເປັນສຳນັກງານປະທານປະເທດ (ຫໍຄຳ) ໃນປີດັ່ງກ່າວໂດຍໃສ່ຊື່ວ່າ ໂຮງຮຽນພຣະປະຣິຍັດຕິທັມ ໂດຍໄດ້ຮັບການອຸປະຖຳຊີ້ນຳໂດຍກົງຈາກພຸທທະບັນດິດສະພາຈັນທະບູລີ ໃນປີ ພສ  2493 ( ຄສ  1950)  ໄດ້ປ່ຽນມາເປັນມາເປັນໂຮງຮຽນບາລີຊັ້ນສູງເຊິ່ງຕັ້ງຢູ່ ວັດອົງຕື້ ມະຫາວິຫາຣ ໂດຍການອຸປະຖຳຂອງກະຊວງທັມມະການ ເຊິ່ງມີລະບົບການສຶກສາ  4  ປີ ຜູ້ທີ່ເຂົ້າສຶກສາໃນລະບົບນີ້ຕາມຊັ້ນຮຽກວ່າ ກຽມອຸດົມ ອຸດົມຕຼີ ອຸດົມໂທ ແລະອຸດົມເອກ. ໃນປີ ພສ  2510 ( ຄສ  1967)  ໄດ້ຍົກລະດັບວິທະຍາຖານະຂຶ້ນເປັນສະຖາບັນການສຶກສາພຸທທະສາສະໜາ ໂດຍຢູ່ພາຍໃຕ້ຄວາມອຸປະຖຳຂອງກະຊວງສຶກສາທິການ (ກົມອຸດົມສຶກສາ). ໃນປີ ພສ  2515 (  ຄສ  1972)  ໄດ້ຈັດຕັ້ງການສ...
รูปภาพ
ຄິດວາງແຜນການໄປສູ່ເປົ້າໝາຍ ທ່ານເຄີຍຖາມຕົວເອງຢູ່ບໍວ່າ ແທ້ຈິງແລ້ວທ່ານຕ້ອງການອັນໃດ  ທ່ານມີຊີວິດຢູ່ເພື່ອໃຜ ແລະ ເປົ້າໝາຍໃນຊີວິດຂອງທ່ານຄືຫຍັງ  ?       ເຊື່ອວ່າຄຳຖາມເຫຼົ່ານີ້ໃຜຫຼາຍຄົນລວມທັງທ່ານ ທ່ານຄົງເຄີຍຖາມຕົວເອງມາແລ້ວໃນຍາມທີ່ຕົວທ່ານຕົກຢູ່ໃນສະພາບທີ່ອ່ອນແອ ແລະຮູ້ສຶກທໍ້ແທ້ຄຳຖາມນີ້ຈະຜຸດຂຶ້ນມາໂດຍອັດຕະນຸມັດຈາກຈິດໃຕ້ສຳນຶກຂອງທ່ານ ເຊິິ່ງເປັນສິ່ງທີ່ບົງບອກວ່າຕອນນັ້ນທ່ານກຳລັງສັບສົນກັບຊີວິດຂອງທ່ານວ່າ ທ່ານຄວນຈະເຮັດແນວໃດກັບຊີວິດຂອງທ່່ານດີ.       ການມີເປົ້າໝາຍໃນຊີວິດຄື ການທີ່ທ່ານມີພາບຂອງຄວາມສຳເລັດໄວ້ເບື້ຶອງໜ້າ ທ່ານຈະຮູ້ເຖິງທິດທາງທີ່ທ່ານຈະກ້າວໄປ ແຕ່ກ່ອນທີ່ທ່ານຈະໄປເຖິງພາບແຫ່ງຄວາມສຳເລັດທີ່ທ່ານຕັ້ງເປົ້າໝາຍໄວ້ເບື້ອງໜ້າ ທ່ານກໍຈະມີວິທີການຂອງຕົວທ່ານເອງທີ່ບໍ່ຄືໃຜໄປເຖິງເປົ້າໝາຍນັ້ນເຊັ່ນດຽວກັນກັບຄົນທົ່ວໄປເຊິ່ງມີເປົ້າໝາຍໃນຊີິວດຂອງຕົວເອງ ແລະເຂົາເຫຼົ່ານັ້ນກໍມີວິທີການທີ່ຈະໄປເຖິງເປົ້າໝາຍເບື້ອງໜ້າຂອງເຂົາດ້ວຍວິທີ່ທີ່ແຕກຕ່າງຈາກທ່ານເຊັ່ນກັນ ແຕ່ຖ້າທ່ານ ແລະໃຜອີກຫຼາຍຄົນບໍ່ມີພາບຫຼືເປົ້າໝາຍໃນຊີວິດ ທ່ານອາດຈະຕ້ອງຍ່າງວຽນໄປວຽນມາ ແລະມີຄວາມຮູ້ສຶກວ່າ ຕອນນີ້ທ່ານກຳລ...

ການຕັກບາດ

รูปภาพ
ການຕັກບາດ ຕັກບາດ ຫຼື ບິນທະບາດໝາຍເຖິງ ພຣະສົງສາມະເນນພາຍບາດໄປຮັບເອົາຂອງໃສ່ບາດຈາກຍາດໂຍມ. ໃສ່ບາດ ໝາຍເຖິງຍາດໂຍມນຳເອົາເຂົ້າໄປປ່ອນລົງໃນບາດຂອງພຮະສົງສາມະເນນ ແຕ່ເຮົາມັກນິຍົມເວົ້າກັນວ່າ “ຕັກບາດ”. ຕັກບາດແມ່ນກິດຈະກຳສຳຄັນ ແລະເປັນວິຖີຊີວິດປະຈຳວັນຂອງຊາວພຸດລາວທີ່ປະຕິບັດກັນມາແຕ່ບູຮານ, ພຣະສົງມີໜ້າທີ່ໄປບິນທະບາດເພື່ອມາບຳລຸງລ້ຽງຊີວິດໃຫ້ມີກຳລັງສຶກສາທຳມະວິໄນ ແລະປະຕິບັດທຳ ເອີ້ນອີກຢ່າງໜຶ່ງວ່າໄປໂຜດສັດ, ສ່ວນຄະລືຫັດມີໜ້າທີ່ໄປໃສ່ບາດກໍເພື່ອຈະໄດ້ບຸນ, ເຮັດໃຫ້ຊີວິດດີຂຶ້ນ ແລະເປັນການອຸປະຖຳບຳລຸງພຣະພຸດທະສາສະໜາອີກດ້ວຍ. ເວລາໄປຕັກບາດຄວນແຕ່ງຕົວສຸພາບຮຽບຮ້ອຍ ໃສ່ບາດດ້ວຍຄວາມເຄົາລົບ ຂອງທີ່ຈະໃສ່ບາດຕ້ອງເປັນຂອງທີ່ໄດ້ມາບໍລິສຸດ, ສະອາດ, ຖືກສຸຂະອະນາໄມ ແລະ ເປັນສິ່ງທີ່ພຣະສົງສາມະເນນສັນໄດ້ ເຊັ່ນ: ເຂົ້າໜຽວ, ໝາກໄມ້, ເຂົ້າໜົມ ຫຼື ເຂົ້ານົມສຳເລັດຮູບ. ສ່ວນເງິນຄວນໃສ່ແຍກຕ່າງຫາກບໍ່ຄວນໃສ່ລົງໃນບາດປົນກັບເຂົ້າ ເພາະເງິນແມ່ນເຈ້ຍກະດາດທີ່ຜ່ານການຜະລິດປົນທາດເຄມີເຊິ່ງມີຜົນບໍ່ດີຕໍ່ສຸຂະພາບ. ການຕັກບາດ ແລະ ໃສ່ບາດຍາດໂຍມທີ່ເປັນຜູ້ຍິງຈະນັ່ງຄຸເຂົ່າ, ຜູ້ຊາຍຈະນັ່ງຫຼືຢືນໃສ່ກໍໄດ້. ສ່ວນພຣະສົງສາມະເນນເເພິ່ນຈະຄຸມຜ້າຮຽບຮ້ອຍ ແລະ ຮັບຂອງໃສ່ບາດໂດຍຄວາມເຄົາລົບ.